ການລົງຄະແນນສຽງໃນລັດ Minnesota (Voting in Minnesota - Lao)
ການລົງຄະແນນສຽງໃນລັດ Minnesota (Voting in Minnesota - Lao)
ລົງທະບຽນເພື່ອລົງຄະແນນສຽງ
ຜູ້ທີ່ສາມາດລົງຄະແນນສຽງ ແລະ ວິທີການລົງທະບຽນກ່ອນ ຫຼື ໃນມື້ເລືອກຕັ້ງ.
ວັນທີເລືອກຕັ້ງ, ວິທີການລົງຄະແນນສຽງ, ການຊ່ວຍເຫຼືອຜູ້ລົງຄະແນນສຽງ ແລະ ສິດຂອງຜູ້ລົງຄະແນນສຽງ.
ລົງຄະແນນສຽງລ່ວງໜ້າເນື່ອງຈາກມາລົງຄະແນນສຽງບໍ່ໄດ້, ລົງຄະແນນສຽງຈາກຸມກອງທະຫານ ຫຼື ຕ່າງປະເທດ ແລະ ວິທີການລົງຄະແນນສຽງໃນເຂດປ່ອນບັດທາງໄປສະນີ.
ຂ້ອຍຈະລົງຄະແນນສຽງຢູ່ໃສ?
ແມ່ນຫຍັງຢູ່ໃນບັດເລືອກຕັ້ງຂອງຂ້ອຍ?
ເອົາຕົວຢ່າງການລົງຄະແນນສຽງສະແດງຜູ້ສະໝັກ ແລະ ຄໍາຖາມລົງຄະແນນສຽງທີ່ທ່ານຈະລົງຄະແນນສຽງ. ຂໍ້ມູນແມ່ນມີສະໜອງໃຫ້ປະມານ 45 ມື້ກ່ອນການເລືອກຕັ້ງຂອງລັດ ຫຼື ລັດຖະບານກາງ.
ວັນທີເລືອກຕັ້ງໃນປີ 2025
- ວັນທີ 19 ກັນຍາ: ລົງຄະແນນສຽງທາງໄປສະນີ ຫຼື ດ້ວຍຕົນເອງ ວັນທີ 19 ກັນຍາ ຫາ ວັນທີ 3 ພະຈິກ (ການເລືອກຕັ້ງທົ່ວໄປ).
- ວັນທີ 14 ຕຸລາ: ລົງທະບຽນລ່ວງໜ້າພາຍໃນວັນທີ 14 ຕຸລາ ເພື່ອປະຢັດເວລາໃນມື້ເລືອກຕັ້ງ.
- ວັນທີ 4 ພະຈິກ: ມື້ເລືອກຕັ້ງ